ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ​ຮັບຜິດຊອບ​ນັກ​ສຶກ​ສາ​ພາສາ​ຕ່າງປະເທດ ​ວປກ ເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ມວນ​ຊົນ


     ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ຄະນະ​ຮັບຜິດຊອບ​ນັກ​ສຶກ​ສາ​ພາສາ​ຕ່າງປະເທດ ວິທະຍາຄານ​ປ້ອງ​ກັນ​ຊາດ ໄກສອນ ພົມວິຫານ (ວປກ) ໄດ້​ເປີດ​ຂະ​
ບວນ​ການ​ແຂ່ງຂັນ​ກິລາ​ມວນ​ຊົນ,​ ໂດຍ​ການ​​ເປັນ​ປະທານ​ ຂອງສະຫາຍ ພັນ​ໂທ ສີວິໄລ ທະ​ວັດ​ດີ ຫົວໜ້າ​ຄະນະ​ຮັບຜິດຊອບ​ນັກ​ສຶກ​ສາ​ລະບົບ​
ພາສາ​ຕ່າງປະເທດ ​ວປກ, ມີ ທ່ານ ​ປອ ຈັນທະ​ວົງ ປັນຍາ​ຊິ​ລິ ຮອງ​ຫົວໜ້າ​ກົມ​ກິລາ​ລະດັບ​ສູງ ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ, ມີ​ຜູ້ຕາງໜ້າ
​ຈາກ​ບັນດາ​ບໍລິສັດ, ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ, ຄູ-ອາຈານ, ນັກ​ສຶກ​ສາ​ພາສາ​ອັງກິດ, ພາສາ​ຫວຽດນາມ, ພາສາ​ຈີນ, ພາສາ​ຣັດ​ເຊຍ
ແລະ ຄະນະ​ນັກ​ກິລາ​ຂອງ​ແຕ່​ລະ​ພາກສ່ວນ​ເຂົ້າ​ຮ່ວມ.

     ສະຫາຍ ພັນ​ຕີ ສີ​ນະຄອນ ນວນ​ແພງ​ສີ ຮອງ​ຫົວໜ້າ​ຄະນະ​ຮັບຜິດຊອບ​ລະບົບ​ພາສາ​ຕ່າງປະເທດ ໄດ້ຜ່ານ​​ແຜນການ​ແຂ່ງຂັນ​ກິລາ​ມວນ​
ຊົນ ​ວ່າ: ການ​ເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້ ເພື່ອ​ເປັນ​ການ​ຂໍ່​​ານັບ​ຮັບ​ຕ້ອນ​ວັນ​ສຳຄັນ​ຕ່າງໆຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ໃຫ້​ມີ​
ບັນຍາກາດ​ຟົດຟື້ນ​ມ່ວນຊື່ນ ແລະ ມີ​ຄວາມ​ໝາຍ​ເລິກເຊິ່ງ ທັງ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ລະຫວ່າງ​ຄະນະ​ນຳ, ພະນັກງານ​ຫຼັກ​ແຫຼ່ງ,
ຄູ-ອາຈານ ກັບ ນັກ​ສຶກ​ສາ​ທຸກໆລະບົບ ​ຂອງ​ພາສາ​ຕ່າງປະເທດ ໃຫ້​ມີ​ຄວາມ​ແໜ້ນ​ແຟ້ນ​ຂຶ້ນ​ກວ່າ​ເກົ່າ ນອກ​ນັ້ນ​, ຍັງ​ເປັນ​ການ​ເຝິກຝົນ​ກຳລັງ
ແຮງ​ກາຍ​ໃຫ້​ມີ​ສຸຂະພາບ​ແຮງ​ແຂງ ເພື່ອ​ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ເຊິ່ງ​ກິລາ​ທີ່​ນຳ​ມາ​ແຂ່ງຂັນ​ໃນ​ຄັ້ງ​ນີ້​
ປະກອບ​ມີ​ຄື: ກິລາ​ບານສົ່ງ ​ຍິງ-ຊາຍ, ເປ​ຕັງ ​ຍິງ-ຊາຍ, ດອກ​ປີກ​ໄກ່​ ຍິງ-ຊາຍ ແລະ ກະຕໍ້. ພ້ອມ​ນີ້, ​ສະຫາຍ ນາງ ຈີນ​ຕະ​ນາ ທະລັງ​ສີ ປະ
ທານ ບໍລິສັດ ຈີນ​ຕະ​ນາ ຈຳກັດ​ຜູ້​ດຽວ ຍັງ​ໄດ້​ມອບ​ເຄື່ອງ​ກິລາ​ຈຳນວນ​ໜຶ່ງ ລວມ​ມູນ​ຄ່າ 3 ລ້ານ​ກວ່າ​ກີບ ແລະ ສະຫາຍ ກົງ​ສະຫວັນ ລາຊາ​
ລູກຊີ້ນ ປະທານ ​ບໍລິສັດ ສີ​ສົມບັດ ລາຊາ​ລູກຊີ້ນ ໄດ້​ນຳ​ເອົາ​ເຄື່ອງ​ກິລາ​ຈຳນວນ​ໜຶ່ງ ລວມ​ມູນ​ຄ່າ 1 ລ້ານ​ກວ່າ​ກີບ ມາ​ມອບ​ໃຫ້ ຄະນະ​ຮັບຜິດ
ຊອບ​ນັກ​ສາ​ສຶກ​ສາ​ລະບົບ​ພາສາ​ຕ່າງປະເທດ ເພື່ອ​ເປັນ​ປະກອບສ່ວນ​ຊຸກຍູ້​ປະກອບສ່ວນ​ເຂົ້າ​ໃນ​ຂະ​ບວນ​ການ​ກິລາ​ໃນ​ຄັ້ງ​ນີ້​ໃຫ້​ມີ​ຂະ​ບວນ​ການ​
ຟົດຟື້ນ​ແຂງແຮງ.

ແຫຼ່ງທີ່ມາ: ເຂັງ​ພອນ ແກ້ວ​ຄຳ​ລຽງ
ວັນທີ 22/02/2024